ເວທີສົນທະນາ: ເຄັດລັບຄວາມສໍາເລັດຂອງຜູ້ປະກອບການແມ່ຍິງ MSME ໃນການກ້າວເຂົ້າສູ່ທຸລະກິດຍຸກດິຈິຕອນ

EP1
“ເວທີສົນທະນາ: ເຄັດລັບຄວາມສໍາເລັດຂອງຜູ້ປະກອບການແມ່ຍິງ MSME ໃນການກ້າວເຂົ້າສູ່ທຸລະກິດຍຸກດິຈິຕອນ” ພາຍໃຕ້ໂຄງການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການແມ່ຍິງອາຊຽນ ກ້າວສູ່ການດຳເນີນທຸລະກິດແບບດິຈິຕອນ (ໄອເດຍສ໌) ຫຼື ໂຄງການ IDEAS (ASEAN-ROK), ຈັດຕັ້ງປະຕິບັດໂດຍ ບໍລິສັດທີ່ປຶກສາ EDC.
20 ມີນາ 2025 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ການສົນທະນາຫົວຂໍ້ນີ້ ເປັນວາລະໜຶ່ງທີ່ໜ້າສົນໃຈໃນງານ ສົ່ງເສີມຜູ້ປະກອບການແມ່ຍິງຍຸກໃຫມ່ ຄັ້ງທີ່ IV ຂອງ ສຄອຊ (19 ຫາ 20/3) ໂດຍມິ ຜູ້ເຂົ້າຮ່ວມຫຼາຍກວ່າ 90 ທ່ານ. ນອກຈາກຜູ້ປະກອບການແມ່ຍິງໂຄງການ IDEAS ໄດ້ແລກປ່ຽນບົດຮຽນກ່ຽວກັບ ເຄັດລັບຕ່າງຂອງຄວາມສໍາເລັດຂອງຜູ້ປະກອບການແມ່ຍິງ MSME ໃນການກ້າວເຂົ້າສູ່ທຸລະກິດຍຸກດິຈິຕອນ ແລ້ວ ຍັງໄດ້ວາງສະແດງສິນຄ້າ ແລະ ຮ່ວມພິທິມອບໃບຢັ້ງຢືນ ການສຳເລັດບັ້ນຝຶກອົບຮົມ: ທັກສະການດຳເນີນທຸລະກິດຍຸກດິຈິຕອນ (ຊຸດທີ 1-8) ຂອງຕົນຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວປະກອບດ້ວຍຕາງໜ້າຈາກ MOIC-ASEAN-SME, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, Business Women’s Association, Lao SME Association, Laos SME Service Center

ວິດີໂອສົນທະນາ ຈະອັບລົງໃນໄວໆນີ້

EP2
“ເວທີສົນທະນາ: ເຄັດລັບຄວາມສໍາເລັດຂອງຜູ້ປະກອບການແມ່ຍິງ MSME ໃນການກ້າວເຂົ້າສູ່ທຸລະກິດຍຸກດິຈິຕອນ” ພາຍໃຕ້ໂຄງການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການແມ່ຍິງອາຊຽນ ກ້າວສູ່ການດຳເນີນທຸລະກິດແບບດິຈິຕອນ (ໄອເດຍສ໌) ຫຼື ໂຄງການ IDEAS (ASEAN-ROK), ຈັດຕັ້ງປະຕິບັດໂດຍ ບໍລິສັດທີ່ປຶກສາ EDC.
ເວທີສົນທະນາ 1 ຊົ່ວໂມງ ເຕັມໆ ດຳເນີນໂດຍ ວິທະຍາກອນ ໂຄງການ IDEAS ທັງເປັນທີ່ປຶກສາ ບໍລິສັດ EDC. ຜູ້ປະກອບການ ແພລດຟອມ ຂາຍໄວ, ຫມາກຂາມປ້ອມອົບແຫ້ງ ແກ້ວສະຫວັນ, ເຄັກເພື່ອສຸຂະພາບ Chockies Bisky ແລະ ຢາສະຜົນສະຫມຸນໄພ ສີຍ່ານາງ ໄດ້ແລກປ່ຽນປະສົບການ ໃຫ້ຂໍ້ຄິດດີໆ ແລະ ສ້າງແຮງກະຕຸ້ນ ກຳລັງໃຈ ແກ່ຜູ້ປະການ MSME
ທ່ານໃດທີ່ສົນໃຈວິດີໂອເຕັມ ຄອມເມັນ 1 ໄວ້ ແລ້ວພວກເຮົາຈະສົ່ງໃຫ້

——————————————————
✨ ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC ✨
ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ.