Driver Job Vacancy

 


ປະກາດຮັບສະໝັກພະນັກງານຂັບລົດ

ບໍລິສັດ ທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດ ຈຳກັດ ຕ້ອງການພະນັກງານ ຂັບລົດ ຈຳນວນ 1 ທ່ານ ເພືີ່ອຂັບລົດປະຈໍາຢູ່ທີ່ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ.

 

ຄຸນວຸດທິ ແລະ ເງື່ອນໄຂ ທີ່ຕ້ອງການ

  • ມີອາຍຸລະຫວ່າງ 25 ປີ ຫາ 45 ປີ.
  • ຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ, ມີປະສົບການທີ່ກ່ຽວຂ້ອງ, ພ້ອມທັງມີຄວາມສາມາດດ້ານພາສາອັງກິດ ໃນລະດັບພື້ນຖານ.
  • ມີປະສົບການຂັບຂີ່ພາຫະນະໃຫ້ກັບອົງການສາກົນ ຫຼື ອົງການພັດທະນາອື່ນໆ ຢ່າງໜ້ອຍ 3 ປີ
  • ມີຄວາມຮູ້ດ້ານທີ່ຕັ້ງ ແລະ ຮູ້ເສັ້ນທາງໃນຕົວເມືອງຕ່າງໆ ເປັນຢ່າງດີ.
  • ຕ້ອງຜ່ານຫລັກສູດການປະຖົມພະຍາບານ ແລະ ການຂັບຂີ່ປອດໄພ ຢ່າງໜ້ອຍ 2 ຄັ້ງ ໃນ 5 ປີທີ່ຜ່ານມາ.
  • ບໍ່ເກີດອຸປະຕິເຫດຈາກການຂັບຂີ່ຕາມທ້ອງຖະໜົນ ໃນໄລຍະ 3 ປີຜ່ານມາ.
  • ໄດ້ຮັບການຢັ້ງຢືນຈາກແພດໝໍ ວ່າມີສຸຂະພາບແຂງແຮງດີ ທີ່ສາມາດປະກອບອາຊີບຂັບຂີ່ຍານພາຫະນະໄດ້.
  • ຕ້ອງຖືໃບຂັບຂີ່ແທ້ທີ່ຖືກຕ້ອງ ແລະ ໃບອະນຸຍາດຕ່າງໆ ທີ່ອະນຸຍາດໃຫ້ ດຳເນີນການຂັບຂີ່

 

ໜ້າ​ທີ່​ຮັບຜິດຊອບ:

  • ຂັບລົດ ​ແລະ ​ບຳລຸງ​ຮັກສາ​ລົດພາຍໃນອົງກອນ
  • ນຳ​ສົ່ງ​ເອກະສານ​ທາງ​ການ ​ແລະ ​ເອກະສານ​ອື່ນໆ​ເມື່ອມີຄວາມ​ຕ້ອງການວຽກງານ
  • ບຳລຸງ​ຮັກສາ​ ປື້​ມຕິດຕາມພາຫະນະ ແລະ ສ້ອມແປງແກ້ໄຂບັນຫາພື້ນຖານຂອງລົດໄດ້
  • ໃນ​ຂະນະ​ຂັບ​ລົດ ຕ້ອງ​ປະຕິບັດ​​ກົດ​ຈາລະ​ຈອນ ແລະ ລະບຽບຂອງອົງກອານວ່າງອອກຢ່າງເຂັ້ມງວດ
  • ບໍ່​ຄວນ​ຂັບ​ເກີນ 10 ຊົ່ວ​ໂມງ/ວັນ ​ພາຍ​ໃນ ​ໄລຍະ​ເວລາ 24 ຊົ່ວ​ໂມງແລ່ນ​ລົດຕໍ່ເນື່ອງ​ບໍ່​ໃຫ້​ເກີນ 5 ຊົ່ວ​ໂມງ, ​ແລະ ​ໃຫ້ພັກຂັບ​ລົດ 45 ນາທີ
  • ຕ້ອງຮັບປະກັນວ່າ ຜູ້ຮ່ວມເດີນທາງໄດ້ຮັດສາຍແອວນີລະໄພ ກ່ອນການອອກເດີນທາງທຸກຄັ້ງ
  • ເກັບກຳ, ແຈກຢາຍ ແລະ ຈັດສົ່ງ ເອກະສານ/ສິ່ງພິມ ພາຍໃນເມືອງ ແລະ ຮັກສາ​ປື້ມບັນທຶກ​ການຈັດ​ສົ່ງ​ເອກະສານ
  • ຕ້ອງບັນທຶກໃສ່ຕາຕະລາງການໄປຮັບເອົາ ແລະ ສົ່ງເອກະສານ ໃຫ້ແຕ່ລະຫ້ອງການ, ເຄື່ອງຂອງ, ພັດສະດຸໄປສະນີຕ່າງໆ ເວລາຢ່າງເປັນປົກກະຕິ
  • ໄປຂໍແບບ​ຟອມຂໍ​ວີ​ຊາ​,​ໃບ​ຂັບ​ຂີ່ ແລະ ​ບັດປະຈຳຕົວຕ່າງໆ…
  • ສະໜອງ​ການ​ເດີນທາງ​ໃຫ້​ພະນັກງານ
  • ກວດ​ສອບ​ຕູ້​ໄປສະນີ​ຫ້ອງການຢ່າງ​ສະ​ໝ່ຳສະ​ເໝີ
  • ບາງຄັ້ງແມ່ນໄດ້ຊ່ວຍ​ວຽກ​ການໄປທະນາຄານ (ຖອນເງິນ, ຝາກເງິນ, ໃບເຊັກເງິນ)
  • ຕ້ອງບໍາລຸງຮັກສາລົດໃຫ້ຢູ່ສະພາບພ້ອມໃຊ້ງານເປັນຢ່າງດີ, ລວມທັງກວດກາເອກະສານສຳຄັນຕ່າງໆ (ເຊັ່ນ: ທະນາຄານໂລກຈະເປັນຜູ້ສະໜອງຂໍ້ມູນການຕິດຕໍ່ໃນກໍລະນີສຸກເສີນ) ແລະ ຕ້ອງກວດກາອຸປະກອນປະຖົມ
  • ພະຍາບານເບື້ອງຕົ້ນ ໃຫ້ພ້ອມໃຊ້ງານສະເໝີ.
  • ເຮັດວຽກອື່ນໆອີງຕາມການມອບໝາຍຂອງຜູ້ຊີ້ນຳໂດຍກົງ.

 

ທ່ານໃດສົນໃຈສາມາດສົ່ງຊີວະປະຫວັດໄດ້ທີ່ ບໍລິສັດ ທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດ ຈຳກັດ ຫຼື

ສົ່ງທາງ ອີເມວ: edclao@laotel.com, facebook/edclaos  ຫຼື ໂທສອບຖາມໄດ້ທີ່ເບີ:​ 021 454 650-1

ໝົດກໍານົດຮັບສະໝັກ ວັນທີ 17/10/2025

ຜູ້ທີ່ຖືກຄັດເລືອກເພື່ອສໍາພາດ ຈະໄດ້ຮັບການຕິດຕໍ່ກັບ ກ່ອນ ຫລື ພາຍໃນ ວັນທີ 20/10/2025.