ພິທີຕ້ອນຮັບ ການລົງຢ້ຽມຢາມຂອງ ພະນະທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ

ພິທີຕ້ອນຮັບ ການລົງຢ້ຽມຢາມຂອງ ພະນະທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ 05/06/2025 ຫ້ອງການ EDC, ນະຄອນຫຼວງວຽງຈັນ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ພ້ອມກັນນັ້ນ ຍັງມີຜູ້ຕາງໜ້າ ທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າຮ່ວມ ແລະ ແລກປ່ຽນບົດຮຽນ ຖາມ-ຕອບ ເພື່ອແກ້ໄຂບັນຫາເພື່ອກະຕຸກຊຸກຍູ້ ແລະ ສົ່ງເສີມໃຫ້ MSME ເຕີບໃຫຍ່ຂະຫຍາຍຕົວ. ໃນແຕ່ລະພາກສ່ວນ ໂດຍມີທັງທຸລະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. —————————————————— ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ. #edclao #laosme #partner
Data Collection of Capacity Building for Sustainable Business Plans

ການລົງເກັບກຳຂໍ້ມູນ ເພື່ອເສີມສ້າງຄວາມອາດສາມາດໃນການສ້າງແຜນທຸລະກິດທີ່ຍືນຍົງ Data Collection: Capacity Building for Sustainable Business Plans 27 ມັງກອນ – 02 ກຸມພາ ເມືອງແປກ ແລະ ເມືອງຄູນ, ແຂວງຊຽງຂວາງ ການລົງເກັບກຳຂໍ້ມູນ ສຳລັບການເສີມສ້າງຄວາມອາດສາມາດໃນການສ້າງແຜນທຸລະກິດທີ່ຍືນຍົງໃຫ້ກັບສູນຮຽນຮູ້ຜະລິດຕະພັນ ຊາ (ບ້ານໂພນ ແລະ ບ້ານຍອດປຽງ) ແລະ ກາເຟ (ບ້ານຕັນໃຕ້, ບ້ານປຽງ, ບ້ານອົ້ມ, ບ້ານຜັກຮີ້ງ, ບ້ານປຸງ) —————————————————— ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ. #edclao #datacollection #buildingcapacity
Lao New Year 2025

ສະບາຍດີປີໃໝ່ລາວ ຄະນະອໍານວຍການ ແລະ ພະນັກງານ EDC ໄດ້ພ້ອມພຽງກັນບາສີສູ່ຂວັນ ແລະ ສົມມາພາຍໃນ ເພື່ອກ້າວເຂົ້າສູ່ປີໃໝ່ລາວ ຈຸລະສັງກາດ 1387 ດ້ວຍຄວາມຜ່ອງໃສ ແລະ ເຕັມປ່ຽມດ້ວຍພະລັງ. ໃນໂອກາດນີ້, EDC ຂໍອວຍພອນໄຊອັນປະເສີດມາຍັງບັນດາຄູ່ຮ່ວມງານ, ເພື່ອນຮ່ວມງານ ແລະ ທຸກໆທ່ານ ຈົ່ງປະສົບຜົນສຳເລັດ, ຂໍໃຫ້ທ່ານ ແລະ ຄົນທີ່ທ່ານຮັກ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ສຸຂະພາບແຂງແຮງ ແລະ ໂຊກດີຕະຫຼອດປີ-ຕະຫຼອດໄປ.
Introducing Meeting of WIPO GREEN Acceleration Project

ກອງປະຊຸມແນະນໍາໂຄງການ WIPO GREEN Acceleration Project ສໍາລັບ ຂະແໜງກາເຟ ໃນ ສປປ ລາວ. WIPO GREEN ຈະໄດ້ສຶກສາຂໍ້ມູນ ກ່ຽວກັບ ສິ່ງທ້າທາຍ ແລະ ຄົ້ນຫາ-ແນະນຳເຕັກໂນໂລຊີທີ່ສາມາດຊ່ວຍສະໜັບສະໜູນ ຂະບວນການຜະລິດ-ປຸງແຕ່ງກາເຟໃນ ສປປ ລາວ, ໂດຍແນໃສ່ການຜະລິດ-ປຸງແຕ່ງ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ປັບຕົວໄດ້ ໃນສະພາບການປ່ຽນແປງດິນຟ້າອາກາດ ແລະ ມີຄວາມຍືນຍົງ ດ້ານການບໍລິຫານຄຸ້ມຄອງ. 02 ເມສາ 2025 ແຂວງຈໍາປາສັກ —————————————————— ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ. #edclao #GreenInnovation #Sustainability #EcoFuture #WIPOGREEN #ClimateAction
Critical Thinking and Problem Solving Training for NTPC

ຝຶກອົບຮົມ: ທັກສະການຄິດແບບມີເຫດຜົນ ແລະ ການແກ້ໄຂບັນຫາ Training: Critical Thinking and Problem Solving 21/3/2025 Residents, NTPC, ແຂວງຄຳມ່ວນ “ໃນອົງກອນໃຫຍ່ ຈະມີຄວາມຫຼາກຫຼາຍດ້ານຂີດຄວາມສາມາດ ແລະ ລະດັບຄວາມເຂົ້າໃຈ, ທັກສະການຄິດແບບມີເຫດຜົນ ເປັນຂໍກຸນແຈສໍາຄັນ ຂອງການແກ້ໄຂບັນຫາຢ່າງມີປະສິທິພາບ” —————————————————— ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ. #edclao #training #Criticalthinkking #problemsolving
Effective Communication Skills Training for NTPC

ຝຶກອົບຮົມ: ທັກສະການສື່ສານ ຢ່າງມີປະສິດທິຜົນ Training: Effective Communication Skills 20/3/2025 RNT, NTPC, ແຂວງຄຳມ່ວນ “ໃນອົງກອນໃຫຍ່ ຈະມີຄວາມຫຼາກຫຼາຍດ້ານຂີດຄວາມສາມາດ ແລະ ລະດັບຄວາມເຂົ້າໃຈ, ທັກສະການສື່ສານຢ່າງມີປະສິດທິຜົນ ເປັນຂໍກຸນແຈສໍາຄັນ ຂອງການເຮັດວຽກຮ່ວມກັນ ໃຫ້ປະສົບຜົນສຳເລັດ” —————————————————— ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ. #edclao #training #communicationskills
ເວທີສົນທະນາ: ເຄັດລັບຄວາມສໍາເລັດຂອງຜູ້ປະກອບການແມ່ຍິງ MSME ໃນການກ້າວເຂົ້າສູ່ທຸລະກິດຍຸກດິຈິຕອນ

EP1 “ເວທີສົນທະນາ: ເຄັດລັບຄວາມສໍາເລັດຂອງຜູ້ປະກອບການແມ່ຍິງ MSME ໃນການກ້າວເຂົ້າສູ່ທຸລະກິດຍຸກດິຈິຕອນ” ພາຍໃຕ້ໂຄງການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການແມ່ຍິງອາຊຽນ ກ້າວສູ່ການດຳເນີນທຸລະກິດແບບດິຈິຕອນ (ໄອເດຍສ໌) ຫຼື ໂຄງການ IDEAS (ASEAN-ROK), ຈັດຕັ້ງປະຕິບັດໂດຍ ບໍລິສັດທີ່ປຶກສາ EDC. 20 ມີນາ 2025 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ການສົນທະນາຫົວຂໍ້ນີ້ ເປັນວາລະໜຶ່ງທີ່ໜ້າສົນໃຈໃນງານ ສົ່ງເສີມຜູ້ປະກອບການແມ່ຍິງຍຸກໃຫມ່ ຄັ້ງທີ່ IV ຂອງ ສຄອຊ (19 ຫາ 20/3) ໂດຍມິ ຜູ້ເຂົ້າຮ່ວມຫຼາຍກວ່າ 90 ທ່ານ. ນອກຈາກຜູ້ປະກອບການແມ່ຍິງໂຄງການ IDEAS ໄດ້ແລກປ່ຽນບົດຮຽນກ່ຽວກັບ ເຄັດລັບຕ່າງຂອງຄວາມສໍາເລັດຂອງຜູ້ປະກອບການແມ່ຍິງ MSME ໃນການກ້າວເຂົ້າສູ່ທຸລະກິດຍຸກດິຈິຕອນ ແລ້ວ ຍັງໄດ້ວາງສະແດງສິນຄ້າ ແລະ ຮ່ວມພິທິມອບໃບຢັ້ງຢືນ ການສຳເລັດບັ້ນຝຶກອົບຮົມ: ທັກສະການດຳເນີນທຸລະກິດຍຸກດິຈິຕອນ (ຊຸດທີ 1-8) ຂອງຕົນຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວປະກອບດ້ວຍຕາງໜ້າຈາກ MOIC-ASEAN-SME, ສະພາການຄ້າ ແລະ […]
Effective Communication Skills Training for NTPC

ຝຶກອົບຮົມ: ທັກສະການສື່ສານ ຢ່າງມີປະສິດທິຜົນ Training: Effectivcommunicationskillslls 19/2/2025 Visitor Center, NTPC, ແຂວງຄຳມ່ວນ “ໃນອົງກອນໃຫຍ່ ຈະມີຄວາມຫຼາກຫຼາຍດ້ານຂີດຄວາມສາມາດ ແລະ ລະດັບຄວາມເຂົ້າໃຈ, ທັກສະການສື່ສານຢ່າງມີປະສິດທິຜົນ ເປັນຂໍກຸນແຈສໍາຄັນ ຂອງການເຮັດວຽກຮ່ວມກັນ ໃຫ້ປະສົບຜົນສຳເລັດ” —————————————————— ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ. #edclao #training #communicationskills
Effective Communication Skills Training for Toyota Laos

ຝຶກອົບຮົມ: ທັກສະການສື່ສານ ຢ່າງມີປະສິດທິຜົນ Training: Effective Communication Skills 14/2/2025 Amari Vientiane, ນະຄອນຫຼວງວຽງຈັນ ທີມງານວິຊາການແຖວໜ້າ ບໍລິສັດ Toyota Laos ໄດ້ພ້ອມກັນພັດທະນາທັກສະການສື່ສານ ເພື່ອສ້າງຄວາມໝັ້ນໃຈ, ຮຽນຮູ້ການເຮັດວຽກຮ່ວມກັບກຸ່ມຄົນທີ່ມີລັກສະນະແຕກຕ່າງ ແລະ ເຕັກນິກຕ່າງໆທີ່ສາມາດໝູນໃຊ້ ໃນການສື່ສານວຽກງານຕົວຈິງ. —————————————————— ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ. #edclao #training #Communication
ການສໍາຫຼວດຕ່ອງໂສ້ມູນຄ່າ ແລະ ສຶກສາຂໍ້ມູນຕະຫຼາດ

ທີມທີ່ປຶກສາ ຈາກ EDC ໄດ້ດໍາເນີນການສໍາຫຼວດຕ່ອງໂສ້ມູນຄ່າ ແລະ ສຶກສາຂໍ້ມູນຕະຫຼາດ ສໍາລັບ ເຄື່ອງປ່າຂອງດົງ ແລະ ພືດເສດຖະກິດ ທີ່ເປັນບູລິມະສິດ ໃນຂອບເຂດອ່າງນໍ້າຕຽນ ເມືອງໄຊຍະບູລີ ແລະ ເມືອງໃກ້ຄຽງ ພາຍໃນແຂວງໄຊຍະບູລີ. ໃນນີ້, ທີມທີ່ປຶກສາ ໄດ້ສໍາເລັດການສໍາຫຼວດຂໍ້ມູນ ໃນວັນທີ 28 ມັງກອນ 2024 – 03 ກຸມພາ 2025 ທີ່ຜ່ານມາ ແລະ ຈະໄດ້ສືບຕໍ່ສຶກສາເອກະສານທີ່ຕິດພັນ ພ້ອມທັງສ້າງບົດວິເຄາະຕ່ອງໂສ້ມູນຄ່າ ໃນບາດກ້າວຕໍ່ໄປ. ສະໜັບສະໜູນການສຶກສາສຳຫຼວດ ໂດຍ: CDE / Wyss Academy